FB YT
Slider Slider Slider Slider Slider
0 ປີທີ່ກໍ່ຕັ້ງ
0 ນັກຮຽນ
0 ຄູອາຈານ
0 ຫ້ອງຮຽນ

ວິດີໂອກິດຈະກຳ

ບົດຟ້ອນຈາກຫ້ອງ ມ 7.1 ສົກຮຽນ 2025-2026 ເຊິ່ງໄດ້ລາງວັນ ອັນດັບທີ 1

ບົດຟ້ອນປະກວດ ຫ້ອງ 6/1 ມ່ວນຊື່ນອິ້ວຜ້າໄໝ ກ້ຽວບ່າວໃຕ້ຮົ່ມໄຜ່

ບົດຟ້ອນ ປະກວດ ຈາກຫ້ອງ ມ 5,1/Papao channel

ສັກກະຍະພາບຂອງໂຮງຮຽນ

ຄວາມຮູ້

· ສອນໂດຍຄູທີ່ມີຄຸນນະພາບ ມີຄວາມຊ່ຽວຊານ ແລະ ປະສົບການສູງ

· ຫຼັກສູດທີ່ທັນສະໄໝ ສອດຄ່ອງກັບການພັດທະນາໃນປັດຈຸບັນ

· ສ້າງພື້ນຖານທີ່ແຂງແກ່ນ ພ້ອມກ້າວສູ່ອະນາຄົດທີ່ສົດໃສສ

ກິດຈະກຳ

· ກິດຈະກຳກິລາຄົບທຸກປະເພດ ທັງຕີບານ ເຕະບານ ແລະ ກິລາພື້ນເມືອງ

· ສ້າງທັກສະການເຮັດວຽກເປັນທີມ ແລະ ຄວາມເປັນຜູ້ນຳ

· ກິດຈະກຳທີ່ສ້າງຄວາມທົ່ງຈຳດີໆ ຕະຫຼອດຊີວິດການຮຽນ

ງານສັງຄົມ

· ຮຽນຮູ້ນອກຫ້ອງຮຽນຜ່ານໂຄງການຮ່ວມກັບຊຸມຊົນ

· ສ້າງຈິດສຳນຶກຄວາມຮັບຜິດຊອບຕໍ່ສັງຄົມແຕ່ຍັງນ້ອຍ

· ປູກຝັງຄຸນຄ່າຂອງການຊ່ວຍເຫຼືອ ແລະ ການເຕີບໂຕໄປພ້ອມກັນ

ຂ່າວເດັ່ນ

ພິທີຕ້ອນຮັບນັກຮຽນເກັ່ງລະດັບຊາດ ກໍຄື ທ້າວ ທິນນະກອນ ບຸບຜາວົງ ທີ່ສາມາດຍາດໄດ້ຫຼຽນທອງ🥉ໃນວິຊາພາສາລາວ-ວັນນະຄະດີ ປະຈໍາສົກຮຽນ 2025-2026

ໃນຕອນເຊົ້າຂອງວັນທີ 27 ເມສາ 2026 ໂຮງຮຽນ ມ.ປາຍພອນສະຫວັນ ທີ່ນະຄອນປາກເຊ ແຂວງຈໍາປາສັກໄດ້ຈັດພິທີຕ້ອນຮັບນັກຮຽນເກັ່ງລະດັບຊາດ ກໍຄື ທ້າວ ທິນນະກອນ ບຸບຜາວົງ ທີ່ສາມາດຍາດໄດ້ຫຼຽນທອງ🥉ໃນວິຊາພາສາລາວ-ວັນນະຄະດີ ປະຈໍາສົກຮຽນ 2025-2026 ຜົນສຳເລັດອັນດີເລີດນີ້ ແມ່ນເປັນກຽດສັກສີ ແລະ ຄວາມພາກພູມໃຈຢ່າງສູງຂອງໂຮງຮຽນ, ຄູອາຈານ ແລະ ນັກຮຽນທັງໝົດຂອງໂຮງຮຽນພວກເຮົາ ພ້ອມທັງເປັນຫຼັກຖານໃນການພັດທະນາຄຸນນະພາບການສຶກສາຂອງໂຮງຮຽນ. ໂຮງຮຽນຂໍຊື່ນຊົມ ແລະ ຍ້ອງຍໍຊົມເຊີຍຄວາມ ພາກພຽນພະຍາຍາມ ແລະ ຄວາມມຸ່ງໝັ້ນຂອງນັກຮຽນລວມທັງການທຸ່ມເທຂອງຄູອາຈານໃນການສີດສອນ ແລະ ການສະໜັບສະໜູນຈາກຜູ້ປົກຄອງ. ຂໍໃຫ້ ທ້າວ ທິນນະກອນ ບຸບຜາວົງສືບຕໍ່ພັດທະນາຄວາມຮູ້ຄວາມສາມາດ ແລະ ສ້າງຜົນງານດີໆຕໍ່ໄປໃນອະນາຄົດ 💐ຂໍສະແດງຄວາມຍິນດີອີກຄັ້ງ! 👏

ອ່ານຕໍ່...

ຂໍສະແດງຄວາມຊົມເຊີຍ ທ້າວ ທິນນະກອນ ບຸບຜາວົງ ຕົວແທນແຂວງຈຳປາສັກ ເຊິ່ງເປັນນັກຮຽນ ຈາກ ມ.ປາຍ ພອນສະຫວັນຂອງພວກເຮົາ ທີ່ສາມາດຍາດໄດ້ ອັນດັບທີ 3

ຂໍສະແດງຄວາມຊົມເຊີຍ ທ້າວ ທິນນະກອນ ບຸບຜາວົງ ຕົວແທນແຂວງຈຳປາສັກ ເຊິ່ງເປັນນັກຮຽນ ຈາກ ມ.ປາຍ ພອນສະຫວັນຂອງພວກເຮົາ ທີ່ສາມາດຍາດໄດ້ ອັນດັບທີ 3 🥉ລາງວັນຫຼຽນ ທອງແດງ ລະດັບຊາດ ໃນສາຍວິຊາ ພາສາລາວວັນນະຄະດີ ສົກຮຽນ 2025-2026 ຄັ້ງນີ້.

ອ່ານຕໍ່...

ງານປະກວດສິລະປະ ປະຈຳປີ 2026

ໃນວັນທີ 20 ມີນາ 2026 ຮຮ ມ.ປາຍ ພອນສະຫວັນ ໄດ້ຈັດງານປະກວດສິລະປະ ປະຈຳປີ ເຊິ່ງຫ້ອງທີ່ໄດ້ ອັນດັບທີ 1, 2 ແລະ 3 ມີດັ່ງນີ້: 👉ລາຍການຟ້ອນ ອັນດັບທີ 1 ຫ້ອງ 7/1 ອັນດັບທີ 2 ຫ້ອງ 7/3 ອັນດັບທີ 3 ຫ້ອງ 6/2 👉ລາຍການຮ້ອງເພງ ອັນດັບທີ 1 ຫ້ອງ 6/4 ອັນດັບທີ 2 ຫ້ອງ 6/2 ອັນດັບທີ 2 ຫ້ອງ 7/1

ອ່ານຕໍ່...

ງານແຂ່ງຂັນຖາມ-ຕອບວິທະຍາສາດ ປະຈໍາສົກຮຽນ 2025-2026

ໃນວັນທີ 19 ມີນາ 2026 ທີ່ໂຮງຮຽນມ.ປາຍພອນສະຫວັນໄດ້ຈັດງານແຂ່ງຂັນຖາມ-ຕອບວິທະຍາສາດ ປະຈໍາສົກຮຽນ 2025-2026 ໂດຍມີຄູອາຈານ ແລະ ນັກຮຽນທັງໝົດພາຍໃນໂຮງຮຽນເຂົ້າຮ່ວມຢ່າງພ້ອມພຽງ ແລະ ເປັນຂະບວນຟົດຟື້ນ.

ອ່ານຕໍ່...

ພິທີມອບລາງວັນໃຫ້ແກ່ນັກຮຽນເກັ່ງ ທີ່ເສັງໄດ້ ອັນດັບທີ 1, 2, 3 ແລະ ລາງວັນຊົມເຊີຍ ລະດັບແຂວງ.

ວັນທີ 16 ມີນາ ໂຮງຮຽນ ມ.ປາຍ ພອນສະຫວັນ ໄດ້ມອບ ລາງວັນໃຫ້ແກ່ນັກຮຽນເກັ່ງ ທີ່ເສັງໄດ້ ອັນດັບທີ 1, 2, 3 ແລະ ລາງວັນຊົມເຊີຍ ລະດັບແຂວງ.

ອ່ານຕໍ່...

ຜົນການສອບເສັງນັກຮຽນເກັ່ງ ສົກຮຽນ 2025-2026 ຂັ້ນແຂວງຈຳປາສັກ ເຊິ່ງໂຮງຮຽນ ມ.ປາຍພອນສະຫວັນ

ຜົນການສອບເສັງນັກຮຽນເກັ່ງ ສົກຮຽນ 2025-2026 ຂັ້ນແຂວງຈຳປາສັກ ເຊິ່ງໂຮງຮຽນ ມ.ປາຍພອນສະຫວັນຂອງເຮົາຍາດໄດ້ຄື: 1. ທ. ທິນນະກອນ ໄດ້ອັນດັບທີ 1 🥇 ວິຊາ ພາສາລາວ-ວັນນະຄະດີ 2. ທ. ຈັນທະຄານ ໄດ້ອັນດັບທີ 2 🥈 ວິຊາ ເຄມີສາດ 3. ທ. ສາຍທາງ ໄດ້ອັນດັບທີ 3 🥉 ວິຊາ ພາສາລາວ-ວັນນະຄະດີ ແອັດມິນຂໍຊົມເຊີຍ ທັງຄູ ແລະ ນັກຮຽນເດີ

ອ່ານຕໍ່...

ຜົນການແຂ່ງຂັນນັກຮຽນເກັ່ງ

ຜົນການແຂ່ງຂັນນັກຮຽນເກັ່ງ ວິຊາ: ພາສາລາວ ທ.ທິນນະກອນ ໄດ້ອັນດັບທີ 1 🥇 ທ.ສາຍທາງ ໄດ້ອັນດັບທີ 2 🥈 ວິຊາ: ຄະນິດສາດ ນ.ລະລິດາ ໄດ້ອັນດັບທີ 3 🥉 ວິຊາ: ຟີຊິກສາດ ນ.ມຸກມະນີ ໄດ້ແັນດັບທີ 2 🥈 ທ. ທະນາກອນ ໄດ້ອັນດັບທີ 3 🥉 ວິຊາ ເຄມີສາດ ທ. ຈັນທະຄານ ໄດ້ອັນດັບທີ 2 🥈 ຊົມເຊີຍ ທຸກພາກສ່ວນ ທັງຄູ ແລະ ນັກຮຽນ

ອ່ານຕໍ່...

ພິທີມອບຂອງຂວັນໃຫ້ແກ່ນ້ອງນັກຮຽນເກັ່ງຂອງໂຮງຮຽນ ແລະ ມອບຂອງຂວັນໃຫ້ແກ່ນັກຮຽນທີ່ມີຜົນການສອບເສັງປະຈໍາພາກຮຽນທີ 1

ໃນຕອນເຊົ້າວັນທີ 26 ມັງກອນ 2026 ທີ່ໂຮງຮຽນ ມ.ປາຍພອນສະຫວັນ ໄດ້ມີພິທີມອບຂອງຂວັນໃຫ້ແກ່ນ້ອງນັກຮຽນເກັ່ງຂອງໂຮງຮຽນ ແລະ ມອບຂອງຂວັນໃຫ້ແກ່ນັກຮຽນທີ່ມີຜົນການສອບເສັງປະຈໍາພາກຮຽນທີ 1 ສົກຮຽນ 2025-2026 ທີ່ເສັງໄດ້ອັນດັບທີ 1, ອັນດັບທີ 2 ແລະ ອັນດັບທີ 3 ເຊິ່ງໃນພິທີດັ່ງກ່າວໃຫ້ກຽດມອບຂອງຂວັນໂດຍທ່ານ ຄະນະຜູ້ອໍານວຍການໂຮງຮຽນມ.ປາຍພອນສະຫວັນ. ຊົມເຊີຍນ້ອງນັກຮຽນທຸກຄົນ

ອ່ານຕໍ່...

ອີເວັນ & ກິດຈະກຳ

ແຜນທີ່ໂຮງຮຽນ